ເມືອງ ເຟືອງ ເປັນເມືອງໜຶ່ງທີ່ຂຶ້ນກັບແຂວງ ວຽງຈັນ, ເຊິ່ງມີບັນຍາຍາກາດ ແລະ ພູມສັນຖານ ຄ້າຍຄື ເມືອງ ວັງວຽງ. ເມືອງ ເຟືອງ ມີແຫລ່ງທ່ອງທ່ຽວແບບທຳມະຊາດ, ມີແມ່ນ້ຳ ລີກ ໄຫລຜ່ານ ເປັນແມ່ນ້ຳໃຫຍ່, ນ້ຳໃສ ສວຍງາມ ເຊິ່ງເປັນແມ່ນ້ຳອັນສຳຄັນໃນການຜະລິດກະສິກຳ ແລະ ແຫລ່ງທ່ອງທ່ຽວ, ມີພູຜາຫີນຕັ້ງສູງສະຫງ່າສາມາດແນມເຫັນອັນໂດດເດັ່ນ ແລະ ເປັນເອກະລັກຂອງເມືອງເຟືອງ, ເໝາະສົມກັບນັກທ່ອງທ່ຽວໄປຜ່ອນຄາຍ, ສຳພັດກັບທຳມະຊາດ, ເຊິ່ງໃນນັ້ນຈະປະກອບມີ 3ສະຖານທີ່ທ່ອງທ່ຽວໃຫຍ່ທີ່ຢາກແນະນຳຄື:
1. ເຮືອນແພເມືອງເຟືອງ: ນອກຈາກເຮືອນແພທີ່ສະອາດ, ໄດ້ມາດຕະຖານ ແລະ ໜ້າພັກເຊົາແລ້ວ ຍັງມີສະຖານທີ່ທ່ອງທ່ຽວຢູ່ບໍລິເວນໃກ້ຄຽງນີ້ຫລາຍໆຈຸດໃຫ້ເລືອກທ່ຽວ ແລະ ມີຫລາກຫລາຍກິດຈະກຳເຊັ່ນ: ມີຄົນຂາຍອາຫານ ແລະ ເຄື່ອງດຶ່ມ ທີ່ລ່ອງເຮືອມາຂາຍໃຫ້ນັກທ່ອງທ່ຽວທີ່ຢູ່ຕາມເຮືອນແພ, ຂີ່ສາຍສະລິງຂ້າມນ້ຳລີກ, ບໍລິການພາຍເຮືອຄາຍັກລ່ອງນ້ຳລີກ, ຂີ່ເຮືອລ່ອງນ້ຳຊົມວິວສອງຝັ່ງແມ່ນ້ຳລີກ, ໃສ່ບາດຍາມເຊົ້າ, ຊົມວິວຕາເວັນຕົກ(ທີ່ໂຮມສະເຕ), ໄຕ່ຂົວຊົມວິວ ແລະ ສຳພັດກັບທຳມະຊາດ.
2. ອ່າງນ້ຳຕົງ: ໃນລະຫວ່າງການເດີນທາງເຂົ້າໄປທ່ຽວອ່າງນ້ຳຕົງ ຈະຜ່ານ ແລະ ແນມເຫັນວິວທົ່ງນາ, ສວນ ຫລື ການຜະລິດກະສິກຳຂອງປະຊາຊົນ ແລະ ພູຫີນທີ່ຕັ້ງຫລາກຫລາຍ. ພູຫີນທີ່ໂດດເດັ່ນແມ່ນພູຜາທອງ ເປັນຮູບລັກສະນະຜາຫີນຕັ້ງສູງເປັນແຜ່ນຍາວຢຽດຊື່ ເຊິ່ງເປັນລັກສະນະພິເສດ. ເມື່ອເດີນທາງໄປຮອດອ່າງນ້ຳຕົງ ແມ່ນເປັນອ່າງເກັບນ້ຳຂະໜາດໃຫຍ່, ໄດ້ມີການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວທຳມະຊາດ, ມີລີສອດ, ຮ້ານອາຫານ ແລະ ກິດຈະກຳອື່ນໆອີກ ເຮັດໃຫ້ນັກທ່ອງທ່ຽວທີ່ໄປທ່ຽວ ໄດ້ສຳພັດກັບຄວາມເປັນທຳມະຊາດ ແລະ ວີວອ່າງເກັບນ້ຳອັນກວ້າງຂວາງ, ສວຍງາມ.
3. ວັດສັງສິນໄຊ: ເປັນວັດແຫ່ງໜຶ່ງທີ່ມີຊື່ສຽງຂອງຊາວເມືອງເຟືອງ ແລະ ມີຕຳນານເລື່ອງຂອງສັງສິນໄຊ. ຕັ້ງຢູ່ຫວ່າງພູເຂົາຫີນປູນທີ່ສູງຊັນ ເປັນບໍລິເວນພື້ນທີ່ພຽງຍາວຢຽດໄປຕາມຫວ່າງພູ, ພ້ອມທັງມີຫ້ວຍນ້ຳນ້ອຍໄຫລຜ່ານ, ເມື່ອເດີນເຂົ້າໄປຈະສຳພັດໄດ້ອາກາດໂປ່ງສະບາຍ, ບັນຍາກາດເປັນທຳມະຊາດ ເຊິ່ງເປັນບ່ອນໜຶ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເປັນຈຳນວນຫລາຍ. ວັດແຫ່ງນີ້ ເຊິ່ງມີເອກະລັກສະເພາະ, ມີສິນລະປະໃນການກໍ່ສ້າງອັນສວຍງາມ, ໂດດເດັ່ນ ແລະ ພະພຸດທະຮູບອັນຫລາກຫລາຍອົງ ພ້ອມທັງມີຈຸດທີ່ໃຫ້ນັກທ່ອງທ່ຽວຊົມບໍລິເວນວັດໄດ້ສັກາລະບູຊາ ແລະ ຂໍພອນສິ່ງສັກສິດຫລາຍໆຈຸດ.
Mueang Fueang it is a city in Vientiane Province that has an atmosphere and landscape similar to Vang Vieng. Mueang Fueang has a natural tourist attraction, with the Lik River flowing through it. It is a large and abundant river which is an important river for agricultural production and a tourist attraction. There are tall, majestic mountains and cliffs that offer a unique and distinctive view of Mueang Fueang, Suitable for tourists to relax and get in touch with nature, which includes 3 major tourist attractions that I would like to recommend:
1. Houseboat: In addition to clean, standard and comfortable accommodations, there also many nearby tourist attractions to choose from and a variety of activities, such as: There are people selling food and drinks on boats to tourists staying at the houseboats, ziplining across the Leek River and Kayaking services on the Leek River, Take a boat ride to enjoy the views of both banks of the Leek River, Give food offerings to a Buddhist monk in the morning(offer foods to monks), enjoy the sunset(at the homestay), climb the bridge to enjoy the views and get in touch with nature.
2. Ang Nam Tong: During the journey to Ang Nam Tong, you will pass by and see views of rice fields, gardens or people’s agricultural production and various rocky mountains. The most prominent rock formation is Pha Thong Mountain, which is a tall, long, straight rock formation with a unique appearance. When you arrive at Ang Nam Tong, you will see a large reservoir, developed into a natural tourist attraction, with resorts and restaurants and other activities allow tourists to experience nature and the vast, beautiful view of the reservoir.
3. Wat Sang Sin Xai Ya Larm(Sin Xai Cave): It is a famous temple of the people of Mueang Fueang and has the title of Sang Sin Xai. It is located between steep limestone mountains, in a long plain area stretching along the mountain, with a small stream flowing through it, when you enter the temple grounds, you will feel the clear air and natural atmosphere, witch is a place that attracts both domestic and foreign tourists to visit, Many worship services. this temple has a unique character, with beautiful and outstanding architectural art and a variety of Buddha images. There are also many spots where visitors can visit the temple grounds to pay homage and seek blessings from sacred objects.
ການເດີນທາງໄປເມືອງ ເຟືອງ ( Traveling to Mueang Fueang )
– ອອກຈາກນະຄອນຫລວງວຽງຈັນ ໄປທາງທິດຕາເວັນຕົກສຽງເໜືອ ປະມານ 100ກວ່າກິໂມແມັດ ຫລື ໃຊ້ເວລາເດີນທາງປະມານ 1ຊົ່ວໂມງກ່ວາ, ປະຈຸບັນສາມາດເດີນທາງໄປໄດ້ສອງເສັ້ນທາງຄື: ເສັ້ນທາງເລກ 13ເໜືອ ແລະ ທາງດ່ວນລາວ – ຈີນ ທີ່ມີຈຸດແຍກອອກໄປທາງຫີນເຫີບ. ສະພາບເສັ້ນທາງຈະເປັນເຂດເຄິ່ງທົ່ງພຽງ ແລະ ຂຶ້ນພູຄ້ອຍຊັນໃນລະຫວ່າງເສັ້ນທາງຫລັກທີ່ແຍກອອກໄປສູ່ເມືອງເຟືອງ, ສ່ວນພາຫະນະແມ່ນສາມາດໄປໄດ້ດ້ວຍລົດຫລາຍປະເພດເຊັ່ນ: ລົດຕູ້, ລົດເກັງ, ລົດຈິບ ແລະ ລົດກະບະ. ແຕ່ທັງໝົດນີ້ແມ່ນແນະນຳໃຫ້ໃຊ້ໂຊເຟີລົດທີ່ມີປະສົບການ ທີ່ສາມາດຂັບຂີ່ໄດ້ດີໃນຫລາຍສະພາບເສັ້ນທາງ ຈຶ່ງຮັບປະກັນ ແລະ ປອດໄພຕໍ່ນັກທ່ອງທ່ຽວ.
– Leave Vientiane Capital and head northwest for about 100 kilometers or a travel time of about 1 hour. Currently, there are 2 routes to travel: Rout 13 North and the Lao-China Highway with a branch off to Hin Heap. The road conditions will be semi-plain and uphill as you leave the main road and head towards Mueang Fueang. As for vehicles, you can go with many types of cars such as Vans, sedans, Jeeps and pickup-trucks. However, it is recommended to use an experienced driver who can drive well in various road conditions to ensure a safer and more secure experience for tourists.
ສະຫລຸບ Conclusion
ເມືອງເຟືອງ ເປັນເມືອງໜຶ່ງຂອງແຂວງວຽງຈັນ ທີ່ມີແຫລ່ງທ່ອງທ່ຽວທາງທຳມະຊາດອັນສວຍງາມ ແລະ ບັນຍາກາດດີ ຄ້າຍຄືເມືອງວັງວຽງ. ເຊິ່ງມີແຫລ່ງທ່ອງທ່ຽວ 3ແຫ່ງສຳຄັນ ທີ່ສາມາດດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ ນິຍົມໄປທ່ຽວຫລາຍທີ່ສຸດໃນເມືອງເຟືອງເຊັ່ນ: ເຮືອນແພ ເມືອງເຟືອງ, ອ່າງນ້ຳຕົງ ແລະ ວັດສັງສິນໄຊ ຍະລາມ.
Mueang Fueang(Fueang district) is a district in Vientiane Province that has beautiful natural tourist attractions and a good atmosphere, similar to Vang Vieng District. There are 3 important tourist attractions that can attract both domestic and foreign tourists. The most popular ones in Mueang Fueang are: Houseboat, Ang Nam Tong, Wat Sang Sin Xai Ya Larm (SinXai Cave).
