ວັດສີເມືອງ ເປັນວັດແຫ່ງໜຶ່ງທີ່ຢູ່ໃນນະຄອນຫລວງວຽງຈັນ ທີ່ມີຊື່ສຽງມາແຕ່ດົນນານ, ເພາະວັດແຫ່ງນີ້ມີປະຫວັດທີ່ມີຊື່ສຽງເລົ່າຕໍ່ໆກັນມາຄື ເວລາຊາວເມືອງໃນສະໄໝກ່ອນກຳລັງເຮັດພິທີປັກຫລັກເມືອງຢູ່ ໄດ້ມີຜູ້ຍິງຖືພາຄົນໜຶ່ງຊື່ວ່າ ນາງ ສີ ໄດ້ສະຫລະຊີບໂດດລົງໃນຂຸມ ພ້ອມຖືກຝັງໄປພ້ອມກັບເສົາຫລັກເມືອງ ຈຶ່ງໄດ້ກາຍເປັນທີ່ມາຂອງຊື່ ວັດສີເມືອງ ມາຈົນເຖິງທຸກວັນນີ້.
Wat Simeuang is a temple in Vientiane that has been famous for a long time. This temple has a famous history that is told over and over again: when the people of the city in the past were performing the ceremony of laying the foundation stone of the city, a pregnant woman named Nang Si committed suicide by jumping into a hole and was buried with the foundation stone of the city. This is how Wat Simeuang got its name until today.
ວັດສີເມືອງ ຕັ້ງຢູ່ເຂດບ້ານ ສີເມືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ(Simueang Temple is Located in Simueang Village, Chanthabouly District, Vientiane Capital).
– ເປັນສະຖານທີ່ສັກສິດ ໃຫ້ແກ່ຊາວລາວ ແລະ ຊາວຕ່າງປະເທດ ໄດ້ພາກັນເຂົ້າມາ ສັກກະລະບູຊາ ກາບໄຫວ້ວັດແຫ່ງນີ້ທຸກໆມື້ ເປັນຕົ້ນ: ມາຂໍພອນ, ເສຍເຄາະ, ບູຊາໂຊກ, ບະບົນໃນສິ່ງທີ່ຕົນປາດຖະໜາ, ໃນເມື່ອໄດ້ສົມປາດຖະໜາແລ້ວ ກໍ່ໄດ້ກັບຄືມມາແກ້ບະຢູ່ທີ່ນີ້ຕາມຄວາມເຊື່ອຖືຂອງແຕ່ລະຄົນ, ນອກຈາກນີ້ ຍັງເປັນທີ່ດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ຊາວຕ່າງປະເທດເຂົ້າມາສຶກສາ ແລະ ທ່ຽວຊົມ ເປັນຈຳນວນຫລວງຫລາຍ ຂອງທຸກໆມື້ ຕັ້ງແຕ່ເຊົ້າ ຈົນເຖິງຄໍ່າ.
– It is a sacred place for Lao people and foreigners who come to worship and pray at this temple every day: to ask for blessings, to pay off bad luck, to worship for good luck, and to make a wish for what they wish for. once their wishers were fulfilled, they returned to pay their respects here according to each person beliefs. It is also attractive to foreign tourists, who come to study and visit in large numbers every day from morning until evening.
ການເດີນທາງໄປ ວັດສີເມືອງ Travel to wat si Mueang
– ຍ້ອນວ່າ ວັດສີເມືອງຕັ້ງຢູ່ ນະຄອນຫລວງວຽງຈັນ, ມີເສັ້ນທາງສະດວກຕິດຈອດກັນຫລາຍເສັ້ນ. ສະນັ້ນ ຈຶ່ງສະດວກໃນການເດີນທາງໄປເຖິງ ວັດແຫ່ງນີ້ ດ້ວຍຫລາຍຮູບແບບ ເເປັນຕົ້ນແມ່ນການໃຊ້ບໍລິການເອີ້ນລົດໄດ້ຫລາຍສະນິດເຊັ່ນ: ລົດນຳທ່ຽວ, ແທັກຊີ, ຕຸກໆ ຫລືພັກຢູ່ໃກ້ບໍລິເວນດັ່ງກ່າວກໍ່ສາມາດຍ່າງໄປເອງໄດ້ ເພາະບໍລິເວນໃກ້ໆແຖວນັ້ນ ເຕັມໄປດ້ວຍທີ່ພັກ, ໂຮງແຮມ. ນອກຈາກນີ້ ເມື່ອທ່ຽວຊົມ ວັດສີເມືອງແລ້ວ ຍັງສາມາດຍ່າງໄປທ່ຽວຊົມຫໍຫລັກເມືອງໄດ້ຕື່ມ ທີ່ຕັ້ງຢູ່ຊ້າຍສວາຍ ກົງກັນຂ້າມກັບ ວັດສີເມືອງ ບໍ່ໄກພ້ອມ.
– Because Wat Simueang is located in Vientiane Capital, there are many convenient roads connecting it, so it is easy to travel to this temple in many ways. For example, you can use various ride-hailing services such as: tour buses, taxis, tuk-tuks, or if you stay near the area, you can walk on your own. Because the area around it is full of accommodations and hotels. in addition, after visiting Wat Si Mueang, you can also walk to visit the main city hall, which is located on the beach opposite Wat Si Mueang, not far away.
ສະຫລຸບ Conclusion
ວັດ ສີເມືອງ ເປັນ ວັດເກົ່າແກ່, ເປັນບ່ອນຕັ້ງຂອງເສົາຫລັກເມືອງ, ເປັນສະຖານທີ່ສັກສິດ, ບໍລິເວນວັດ ກວ້າງຂວາງ, ສວຍງາມ, ເປັນບ່ອນນິຍົມໄປທ່ຽວຊົມຂອງນັກທ່ອງທ່ຽວທົ່ວໄປ.
Wat Si Mueang is an ancient temple, the site of the city main pillar, a sacred place, with a vast and beautiful temple grounds, and a popular place for tourists.
