ເລິ່ມຕົ້ນປະສົບການທ່ອງງທ່ຽວກັບເຮົາ ບໍລິສັດ ອານຸລັກ ຕິດຕໍ່ເລີຍ!
ຂ້າພະເຈົ້າໃນນາມຜູ້ອຳນວຍການບໍລິສັດ ຊຶ່ງມີໃຈມັກຮັກໃນການບໍລິການທ່ອງທ່ຽວ ຈຶ່ງໄດ້ສຶກສາເລື່ອງນີ້ມາເປັນເວລາດົນພໍສົມຄວນ ຈຶ່ງຕັດສິນໃຈເປີດ ບໍລິສັດນີ້ຂຶ້ນມາ ໃນປີ 2025 ນີ້
ຊຶ່ງມີໃຈມັກຮັກໃນການບໍລິການທ່ອງທ່ຽວ ໄດ້ສຶກສາເລື່ອງນີ້ມາເປັນເວລາດົນພໍສົມຄວນ ຈຶ່ງຕັດສິນໃຈເປີດ ບໍລິສັດ ອານຸລັກ ຊຶ່ງມີຈຸດປະສົງໃຫ້ນັກທ່ອງທ່ຽວທີ່ມາໃຊ້ບໍລິການນຳບໍລິສັດພວກເຮົາ ຮູ້ສຶກອຸ່ນໃຈ, ປອດໄພ, ໄວ້ໃຈໄດ້, ມີຄວາມສຸກໃນການທ່ອງທ່ຽວ ນັ້ນເປັນຄວາມພູມໃຈ ແລະ ຕັ້ງໃຈ ຂອງບໍລິສັດພວກເຮົາ.
ບໍລິສັດພວກເຮົາຕັ້ງຂຶ້ນເພື່ອໃຫ້ສະດວກສະບາຍແກ່ນັກທ່ອງທ່ຽວທຸກໆທ່ານທີ່ມາໃຊ້ບໍລິການຄື: ເປັນການບໍລິການທີ່ດີທີ່ສຸດ, ໃຫ້ຮູ້ຈັກການກະກຽມແຜນກ່ອນອອກເດີນທາງ, ໃຫ້ຮູ້ງົບປະມານໃນການໃຊ້ຈ່າຍ, ຮູ້ສະຖານທີ່ ແລະ ຄວາມໝາຍທີ່ທ່ອງທ່ຽວຕ່າງໆ, ໃຊ້ເວລາໃຫ້ກຸ້ມຄ່າ ແລະ ປອດໄພທີ່ສຸດ ຕະຫລອດກັບບໍລິສັດພວກເຮົາ., ພວກເຮົາໄດ້ສຶກສາ ແລະ ສະຫລຸບທາງດ້ານຈຸດດີ ແລະ ຈຸດອ່ອນ ປັບປຸງ ເພື່ອໃຫ້ການບໍລິການນັກທ່ອງທ່ຽວ ດີຍິ່ງຂຶ້ນເລື້ອຍໆ ເພື່ອການບໍລິການໃນລະດັບມືອາຊີບ. ບໍລະສັດມີຄວາມຢືດຢຸ່ນສາມາດເລືອກ ເຊົ່າ ຫຼື ເໝົາລົດ, ພ້ອມທັງໃຫ້ຮູ້ໄລຍະທາງຂອງສະຖານທີ່ທ່ອງທ່ຽວ, ອາຫານ ແລະ ທີ່ພັກ ເຊິ່ງມີຫຼາກຫຼາຍລະດັບ ຫຼາຍລາຄາ ທີ່ເລືອກໄດ້. ນອກຈາກນີ້ພວດເຮົາຍັງບໍລິການຈັດຊື້ປີ້ລົດໄຟ ແລະ ປີ້ຍົນ ໃຫ້ນັກທ່ອງທ່ຽວທີ່ມາໃຊ້ບໍລິການນໍາບໍລິສັດພວກເຮົາໄດ້. ແລະ ພິເສດ ບໍລິສັດພວກເຮົາຈະຮັກສາລະຫັດທ່ານໄວ້ໃນຖານຂໍ້ມູນຂອງບໍລິສັດ ເພື່ອໂອກາດໃນການກັບໃຊ້ບໍລິການນໍາພວກເຮົາຄັ້ງຕໍ່ໄປ ຫຼື ຈະແນະນໍາຄົນທີ່ທ່ານຮັກແພງ ທ່ານ ຫຼື ຜູ້ທີ່ຖືກແນະນຳ ຈະໄດ້ຮັບເປັນລູກຄ້າພິເສດຂຶ້ນຕື່ມ ແລະ ມີນະໂຍບາຍໃຫ້ ໂດຍເປັນໄປຕາມເງື່ອນໄຂເສດຖະກິດຂອງແຕ່ລະໄລຍະ ຫລື ລະດູການ. ໂດຍທ່ານສາມາດແຈ້ງລະຫັດ ຫຼື ໜັງສືເດີນທາງ.
ຜ່ານເນື້ອໃນທີ່ກ່າວມາຂ້າງເທິງນັ້ນທັງໝົດ ທາງບໍລິສັດພວກເຮົາໄດ້ຍິບຍົກມາເວົ້າໃຫ້ທ່ານຮັບຮູ້ແບບຫຍໍ້ໆເທົ້ານັ້ນ ແລະ ກໍ່ປາສະຈາກບໍ່ໄດ້ເຖິງຈຸດຂໍໍ້ບົກຜ່ອງ: ຖ້າຄໍາເວົ້າ, ເນື້ອໃນບ່ອນໃດ ບໍ່ຖືກຕ້ອງ ບໍ່ເໝາະສົມ ພວກເຮົາຕ້ອງຂໍໂທດຂໍອະໄພນໍາທ່ານຜູ້ອ່ານ ແລະ ຍິນດີທີ່ຈະປັບປຸງໃຫ້ດີຂຶ້ນຕື່ມ ຂອບໃຈ.