ບໍລິສັດພວກເຮົາຍິນດີບໍລິການນັກທ່ອງທ່ຽວດ້ວຍຄວາມພູມໃຈ ຄົບຊຸດການທ່ອງທ່ຽວ, ວ່ອງໄວ, ປອດໄພ, ລາຄາໂປ່ງໃສ ແລະ ເຊື່ອຖືໄດ້
ປະຕູໄຊຕັ້ງສູງສະຫງ່າຢູ່ໃຈກາງເມືອງນະຄອນຫລວງວຽງຈັນສູງເຖິງ 49ແມັດ, ເຊິ່ງມີທາງເຂົ້າ 4ດ້ານ, ທີ່ບົ່ງບອກເຖິງຄວາມຮຸ່ງເຮືອງ, ເຖິງໄຊຊະນະ ແລະ ຄວາມກ້າຫານຂອງຄົນລາວ, ມີຄວາມເຊື່ອໝັ້ນ, ໝັ້ນຄົງ ແລະ ເພື່ອເປັນອານຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ. ໄດ້ຖືກສ້າງຕັ້ງຂຶ້ນລະຫວ່າງປີ ຄສ 1957-1962.
ເປັນສະຖານທີ່ນຶ່ງທີ່ສຳຄັນຂອງປະເທດລາວ, ຕັ້ງຢູ່ຖະໜົນເສດຖາທິຣາດ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ ຄ.ສ 1565 ຜູ້ນຳພາສ້າງຕັ້ງແມ່ນ ກະສັດພະເຈົ້າໄຊຍະເຊດຖາທິຣາຊ ເພື່ອເປັນບ່ອນປະດິດສະຖານ ອົງພຣະແກ້ວມໍລະກົດ ທີ່ໄດ້ຍົກຍ້າຍມາຈາກ ນະຄອນຫລວງຂອງປະເທດລາວລ້ານຊ້າງຈາກເມືອງຊຽງດົງຊຽງທອງ(ຫລວງພະບາງ ໃນປະຈຸບັນ) ລົງມາກຳນົດເອົາ ເມືອງວຽງຈັນເປັນເມືອງຫລວງຂອງປະເທດແຫ່ງໃໝ່ ແຕ່ ປີ ຄ.ສ 1560 ຈົນເຖິງປະຈຸບັນ.
ເປັນສະຖານທີ່ຕັ້ງຂຶ້ນໃໝ່ແຫ່ງໜຶ່ງທີ່ບ້ານໂນນສະອາດ, ນະຄອນຫລວງວຽງຈັນ ທີ່ມີຄວາມສວຍງາມອະລັງການ
ເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວທົ່ວໄປ, ມີທີ່ພັກເຮືອແພ, ຮ້ານອາຫານ, ລ່ອງເຮືອ, ໃສ່ບາດຍາມເຊົ້າຢູ່ເຮືອນແພ ແລະ ອື່ນໆ ເລາະລຽບຕາມແຄມນ້ຳລີກ ບໍ່ໄກຫລາຍອອກຈາກນະຄອນຫລວງວຽງຈັນ ສາມາດໄປທ່ອງທ່ຽວ ໄປ-ກັບ ພາຍໃນ1ວັນ ຫລື ຈະໃຫ້ດີແມ່ນ 2ວັນ 1ຄືນ.