Single Blog

ທ່ຽວລາວໃຕ້ ດິນແດນທຳມະຊາດ ນ້ຳຕົກງາມ ກາເຟຫອມ ແລະວິຖີຊີວິດງ່າຍໆທີ່ໜ້າຫຼົງໄຫຼ

Travel
ກາເຟລາວໃຕ້, ສະຖານທີ່ທ່ຽວລາວໃຕ້, ສີ່ພັນດອນ, ທ່ອງທ່ຽວລາວ, ທຳມະຊາດລາວໃຕ້, ທີ່ລາບສູງບໍລະເວນ, ທ່ຽວລາວໃຕ້, ນ້ຳຕົກຄອນພະເພັງ, ປາກເຊ

ສຳຜັດກັບສະເໜ່ຂອງລາວໃຕ້: ນະຄອນປາກເຊ ນ້ຳຕົກຕາດຄອນພະເພັງ ພູພຽງບໍລະເວນ ແລະສີ່ພັນດອນ ຈິບກາເຟທີ່ມີຊື່ສຽງຂອງລາວ, ຊົມທຳມະຊາດ ແລະ ວິຖີຊີວິດງ່າຍໆ ທີ່ເຕັມໄປດ້ວຍຄວາມອົບອຸ່ນ. ເໝາະສຳລັບຜູ້ທີ່ຢາກພັກຜ່ອນແບບສະບາຍໆ ແຕ່ເຕັມໄປດ້ວຍສະເໜ່ຫຼາຍຮູບແບບ

Experience the charm of southern Laos, Pakse city, Tad Khone Phapheng waterfall, Bolaven plateau and Siphan Don. Sip on lao famous coffee, enjoy nature and enjoy the simple warm lifestyle. Suitable for those who want a relaxing yet charming vacation.


📍 ສະຖານທີ່ໆໜ້າທ່ຽວໃນລາວໃຕ້ Tourist attractions in Southern Laos

1. ປາກເຊ (Pakse) – ເມືອງແຫ່ງຄວາມງ່າຍໆ ແລະກາເຟລາວຫອມກຸ່ນ

ເປັນເມືອງຫຼວງຂອງແຂວງຈຳປາສັກ ມີແມ່ນ້ຳຂອງໄຫລຜ່ານ ເໝາະສຳລັບເດີນຊົມວິວ ແລະນັ່ງຈິບກາເຟລາວຕອນເຊົ້າ.
ຍັງມີ “ວັດພູ ຈຳປາສັກ (Wat Phou Champasak)” ມໍລະດົກໂລກທີ່ເປັນທີ່ຮູ້ຈັກ ແລະເຕັມໄປດ້ວຍເລື້ອງລາວປະຫວັດສາດອັນນ່າສົນໃຈ.

2. ພູພຽງບໍລະເວນ (Bolaven Plateau) – ແຫຼ່ງກາເຟທີ່ມີຊື່ສຽງຂອງລາວ

ສຳລັບຄົນຮັກທຳມະຊາດ ອາກາດເຢັນສະບາຍຕະຫຼອດປີ ແລະເຕັມໄປດ້ວຍ ນ້ຳຕົກງາມໆ ຂອງລາວໃຕ້ ເຊັ່ນ

  • ນ້ຳຕົກຕາດຟານ (Tad Fane) ນ້ຳຕົກຄູ່ທີ່ສູງກວ່າ 100 ແມັດ
  • ນ້ຳຕົກຕາດຢືງ (Tad Yuang) ຈຸດຖ່າຍຮູບຍອດນິຍົມຂອງນັກທ່ອງທ່ຽວ
    ແລະ ຢ່າລືມແວ່ຊິມກາເຟສົດຈາກສ່ວນທ້ອງຖິ່ນ!

3. ນ້ຳຕົກຄອນພະເພັງ (Khone Phapheng waterfall)

ເປັນຫນຶ່ງໃນ ນ້ຳຕົກທີ່ໃຫຍ່ທີ່ສຸດໃນອາຊີ, ຢູ່ໃກ້ເມືອງໂຂງ (Si Phan Don). ຄວາມຍິ່ງໃຫຍ່ຂອງສາຍນ້ຳຂອງ ແລະສຽງຂອງນ້ຳ ເປັນສິ່ງທີ່ຕ້ອງເຫັນດ້ວຍຕາຕົນເອງ.

4. ສີ່ພັນດອນ (Si Phan Don) – ດອນກາງແມ່ນ້ຳຂອງ

ແຫຼ່ງພັກຜ່ອນຍອດນິຍົມຂອງລາວໃຕ້ ມີເກາະດອນແດງ ແລະໂດນຄຳ ເຫມາະສຳລັບນັ່ງຊິວຊິວຮິມແມ່ນ້ຳຂອງ ເບິ່ງພຣະອາທິດຕົກ ແລະໃນບາງລະດູຍັງສາມາດເຫັນ ໂລມານ້ຳຈືດ(ປ່າຄ່າ) ໄດ້ອີກດ້ວຍ!


🍲 ອາຫານແລະກາເຟລາວໃຕ້ທີ່ບໍ່ຄວນພາດ Southern Lao food and coffee that you shouldn’t miss:

  • ຕຳໝາກຫຸ່ງ ແຊບສະໄຕລ໌ລາວ Lao style papaya smoothie
  • ລາບປານ້ຳຂອງ ສົດໆ ຈາກແມ່ນ້ຳ Catch fresh Mekong fish from the river
  • ເຂົ້າໜຽວກັບໄກ່ປີ້ງ ກິນງ່າຍໆແຕ່ອົບອຸ່ນ Sticky rice with grilled chicken
  • ກາເຟບໍລະເວນ ຫອມ ແລະ ເຂັ້ມຂົ້ນ Aromatic and strong black coffee


💬 ສິ່ງທີ່ໄດ້ຮັບໃນການທ່ຽວລາວໃຕ້  What you get when you travel to Southern Laos

ແມ່ນ “ຄວາມສະຫງົບ ແລະ ຄວາມເປັນທຳມະຊາດ” ຂອງທີ່ນີ້ ແລະ ວິຖີຊີວິດລຽບງ່າຍ. ສ່ວນຫລາຍຍັງຮັກສາຄວາມເປັນດັ້ງເດີມ ຜູ້ຄົນໃຈດີ ແລະ ພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ. ນອກຈາກນີ້ຍັງມີກິດຈະກຳທ່ອງທ່ຽວຫລາຍຢ່າງເຊັ່ນ: ຂີ່ເຮືອ, ຂີ່ສາຍສະລິງ(ຊິບລາຍ), ໄຕ່ຂົວອູ່, ຊົມວິວທຳມະຊາດ…

It is the peace and nature here and the simple way of life. Many still retain their originality. The people are kind and ready to welcome tourists with warmth. In addition, there are many tourist activities such as: Boating, Ziplining, Climbing the U Bridge, Enjoying natural views…

ບົດຄວາມທີ່ກ່ຽວຂ້ອງ

  • 04/12/2025

ເມືອງເຟືອງ ( Mueang Fueang )

ເມືອງ ເຟືອງ ເປັນເມືອ […]

author-avatar
Posted By Anoulux
  • 24/11/2025

ທ່ຽວລາວໃຕ້ ດິນແດນທຳມະຊາດ ນ້ຳຕົກງາມ ກາເຟຫອມ ແລະວິຖີຊີວິດງ່າຍໆທີ່ໜ້າຫຼົງໄຫຼ

ສຳຜັດກັບສະເໜ່ຂອງລາວໃຕ້ ເມືອງປາກເຊ ນ້ຳຕົກຄອນພະເພັງ ພູພຽງບໍລະເວນ ແລະສີ່ພັນດອນ ຈິບກາເຟລາວແທ້ ຊົມທຳມະຊາດ ແລະວິຖີຊີວິດງ່າຍໆ ທີ່ເຕັມໄປດ້ວຍຄວາມອົບອຸ່ນ....

author-avatar
Posted By Anoulux
  • 19/11/2025

ວັດສີເມືອງ Wat Si Mueang

ວັດສີເມືອງ ເປັນວັດແຫ […]

author-avatar
Posted By Anoulux
Scroll to Top